top of page

✨ ບອກຕໍ່! ທຶນຮຽນສູງສຸດເຖິງ 100% ຈາກ JCU ສິງກະໂປມາອີກແລ້ວຈ້າາາ 🇸🇬🇸🇬

Writer's picture: utdlaoutdlao


 

🇸🇬 ມະຫາວິທະຍາໄລ James Cook University Singapore (JCU) ໄດ້ປະກາດເປີດຮັບສະໝັກເພື່ອຂໍທຶນການສຶກສາໃນນາມ Merit Scholarships. ທາງ JCU ຈະຈັດການສອບເສັງເພື່ອຊິງເອົາທຶນການສຶກສານີ້ອອນລາຍໃຫ້ແກ່ຜູ້ສະໝັກ ເຊິ່ງຈະມີການສົ່ງ Invitation Letter ໃຫ້ຜູ້ສະໝັກຫຼັງຈາກມີການລົງທະບຽນສຳເລັດແລ້ວ.

.

✨ ສຳລັບທຶນ JCU Merit Scholarships ຈະມີຢູ່ 3 ປະເພດຄື:

  • ທຶນການສຶກສາ 100% ສຳລັບ 1 ປີການສຶກສາ (1 Academic year)

  • ທຶນການສຶກສາ 50% ສຳລັບ 1 ປີການສຶກສາ (1 Academic year)

  • ທຶນການສຶກສາ 25% ສຳລັບ 1 ປີການສຶກສາ (1 Academic year)

  • (1 ປີການສຶກສາແມ່ນທຽບເທົ່າກັບ 8 ວິຊາຮຽນ)

.

 ✨ ຄຸນສົມບັດການຮັບທຶນການສຶກສາຈາກ JCU ຜູ້ສະໝັກຈະຕ້ອງ:

  • ຕົງຕາມເງື່ອນໄຂຂໍ້ກຳນົດການຮັບສະໝັກຂອງ James Cook University Singapore

  • ດຳເນີນການຕາມຂັ້ນຕອນການສະໝັກ ລວມເຖິງການສົ່ງແບບຟອມໃບສະໝັກ, ເອກະສານກ່ຽວຂ້ອງກັບການສຶກສາ ແລະ ຄ່າທຳນຽມການສະໝັກ

  • ທຶນການສຶກສາເປີດຮັບສະໝັກຈົນເຖິງວັນທີ 11 ເມສາ 2024.

ສຳລັບນ້ອງໆ ຫຼື ທ່ານໃດທີ່ສົນໃຈ ສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມຕື່ມກັບທາງສູນ UTD ເຮົາໄດ້ເລີຍ.

 _

 ສະຖານທີ່ ສູນ UTD: https://goo.gl/maps/hCz5iojCmTE2a2T79

(ສະຖານທີ່ຕັ້ງຢູ່ບ້ານເກົ້າຍອດ ກົງກັນຂ້າມກັບໂຮງຮຽນ ມສ ເພຍວັດ , ຕຶກສີເຫລືອງ ເສັ້ນວັດສີເມືອງ)

 ສອບຖາມໄດ້ທີ່:

Facebook: UTD Education

ໂທ ແລະ WhatsApp: 020 5428 9291; 020 5288 8899

3 views0 comments

Comments


  • Whatsapp
  • Facebook
  • Instagram
bottom of page